ພິທີ ປະກາດແຕ່ງຕັ້ງຕຳແໜ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ

ພິທີ ປະກາດແຕ່ງຕັ້ງຕຳແໜ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ Previous item ... Next item ...

ຂໍສະແດງຄວາມຍິນດີມາຍັງ ທ່ານ ສຸລະໄຊ ມີແມ້ (ດ້ານໜ້າ-ຊ້າຍມື) ທີ່ໄດ້ຮັບແຕ່ງຕັ້ງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ.

ໃນວັນທີ 29 ເມສາ 2024, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ໄດ້​ຈັດ​ພິທີ​ຕ້ອນຮັບ​​ຜູ້​ອໍານວຍ​ການໃຫຍ່ (MD) ຄົນ​ໃໝ່​ຂອງ ​ບໍລິສັດ ໄຟຟ້າ ນ້ຳ​ເທີນ 1 ຈຳກັດ ຢ່າງເປັນທາງການ ທີ່ ຫ້ອງການພາກສະໜາມ ເຂື່ອນໄຟຟ້າ ນ້ຳເທີນ 1, ເມືອງປາກກະດິງ, ແຂວງບໍລິຄຳໄຊ. ພິທີດັ່ງກ່າວໄດ້ເຂົ້າຮ່ວມເປັນສັກຂີພິຍານຢ່າງອົບອຸ່ນ ໂດຍຄະນະບໍລິຫານງານ, ພະນັກງານ, ທີ່ປຶກສາ, ຄູ່ຮ່ວມງານ ແລະ ຜູ້ຮັບເໝົາ. ເຊິ່ງຖືເປັນໂອກາດທີ່ຍິນດີຢ່າງຍິ່ງ ສໍາລັບພະນັກງານ NT1PC ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ໄດ້ຕ້ອນຮັບ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຄົນໃໝ່.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ມຸ່ງໝັ້ນທີ່ຈະກ້າວໄປສູ່ວິໄສທັດ ແລະ ບັນລຸພາລະກິດຂອງບໍລິສັດ ພ້ອມທັງດຳເນີນທຸລະກິດດ້ານພະລັງງານສະອາດດ້ວຍຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.