ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມ ການດໍາເນີນງານ ຂອງ ເຂື່ອນໄຟຟ້າ ນໍ້າເທີນ 1

ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມ  ການດໍາເນີນງານ ຂອງ  ເຂື່ອນໄຟຟ້າ ນໍ້າເທີນ 1 Previous item ບໍລິສັດ ໄຟຟ້າ ນໍ້າເທີນ 1... Next item ...

ທີ່ຫ້ອງການພາກສະໜາມ ເມືອງປາກກະດິງ, ແຂວງບໍລິຄຳໄຊ, ປະເທດລາວ (28 ຕູລາ 2024) – ການຢ້ຽມຢາມໃນຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອຕິດຕາມການດຳເນີນງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 (NT1PC) ແລະ ເພື່ອຮັບປະກັນການດຳເນີນງານໃຫ້ສອດຄ່ອງຕາມເງື່ອນໄຂໃນສັນຍາສຳປະທານ.

ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ທີມງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ, ໄດ້ຕ້ອນຮັບບັນດາຄະນະພະແນກ  ຈາກກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ , ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ແລະ ພ້ອມດ້ວຍວິຊາການຈາກພະແນກອ້ອມຂ້າງ ເຊິ່ງ ທ່ານ ບຸນຍັງ ໄດ້ນໍາສະເໜີພາບລວມ ກ່ຽວກັບຄວາມຄືບໜ້າຕ່າງໆ ໂດຍຫຍໍ້ ແລະ ການປະຕິບັດຕາມພັນທະຜູກພັນກັບສັນຍາສຳປະທານ ຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1. ໂດຍໃນນີ້, ທີມງານ NT1PC ໄດ້ນໍຳສະເໜີກ່ຽວກັບການປະຕິບັດວຽກງານຕ່າງໆ ເຊິ່ງລວມມີ:

ການປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂຂໍ້ຕົກລົງໃນສັນຍາສຳປະທານຂອງໂຄງການ, ຍຸດທະສາດການເພີ່ມການຜະລິດພະລັງງານ ແລະ ການຈັດການຊັບພະຍາກອນນໍ້າ, ແຜນເພື່ອຮັບປະກັນປະສິດທິພາບການດຳເນີນງານຂອງໂຮງງານໃນໄລຍະຍາວ, ການເສີມຄວາມແຂງແຮງຂອງຖານເຂື່ອນ: ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການເສີມສ້າງຄວາມແຂງແຮງຂອງຖານເຂື່ອນ, ການປະຕິບັດພັນທະຜູກພັນຕາມສັນຍາສຳປະທານຕໍ່ລັດຖະບານ, ຄວາມຄືບໜ້າໃນກິດຈະກຳຕິດພັນດ້ານສິ່ງແວດລ້ອມ ແລະ ສັງຄົມ, ແຜນການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ການປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່ກ່ຽວພັນກັບການລັກລອບຕັດໄມ້ພາຍໃນພື້ນທີ່ອ່າງເກັບນໍ້າຂອງໂຄງການ ແລະ ຊອກຫາມາດຕະການຕ່າງໆ ເພື່ອແກ້ໄຂ – ຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ໃນຊ່ວງຂອງການລົງຢ້ຽມຢາມນີ້, ທາງພາກລັດ ໄດ້ໃຫ້ຄຳຊີ້ນຳ ແລະ ໃຫ້ຄຳເຫັນ ໃນປະເດັນທີ່ກ່ຽວພັນກັບການດຳເນີນງານ, ແຜນການຂອງບໍລິສັດ ຕະຫຼອດຮອດການສົ່ງບົດລາຍງານຕ່າງໆ. ເຊິ່ງທັງສອງຝ່າຍ ໄດ້ຫາລືກັນຢ່າງສ້າງສັນ ເພື່ອຮ່ວມມືໃນການແກ້ໄຂສິ່ງທ້າທາຍຕ່າງໆ ແລະ ເພື່ອໃຫ້ບັນລຸບັນທະຂອງບໍລິສັດ.

ການຢ້ຽມຢາມຄັ້ງນີ້ແມ່ນໄດ້ຈົບລົງໄປດ້ວຍດີ ໂດຍທັງພາກລັດ ແລະ ທີມງານ NT1PC ຕ່າງສະແດງຄວາມເພິ່ງພໍໃຈກັບຄວາມຄືບໜ້າຂອງໂຄງການ ແລະ ຄວາມມຸ່ງໝັ້ນໃນການປະຕິບັດຕາມ ແລະ ປັບໃຫ້ສອດຄ່ອງກັບພັນທະຜູກພັນກັບສັນຍາສຳປະທານ.