ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຈັດກອງປະຊຸມ ສະພາບໍລິຫານຊຸດພິເສດ ຄັ້ງທີ 1 ປີ 2025

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຈັດກອງປະຊຸມ ສະພາບໍລິຫານຊຸດພິເສດ ຄັ້ງທີ 1 ປີ 2025 Previous item ບໍລິສັດ ໄຟຟ້າ ນໍ້າເທີນ 1... Next item ຜູ້ຕາງໜ້າຈາກ ບໍລິສັດ ໄຟຟ້າ...

ເມືອຄັ້ງວັນທີ 30 ມັງກອນ 2025, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຈັດກອງປະຊຸມ ສະພາບໍລິຫານ ຄັ້ງທີ 1 ປີ 2025 ທີ່ຫ້ອງປະຊຸມທະນາຄານພັດທະນາລາວ. ການປະຊຸມໃນຄັ້ງນີ້ເປັນກອງປະຊຸມຊຸດພິເສດ ທີ່ຄະນະສະພາບໍລິຫານຈາກ ບໍລິສັດ ຜະລິດໄຟຟ້າ ຈຳກັດ ມະຫາຊົນ (EGCO) ປະເທດໄທ, ໃຫ້ກຽດເດີນທາງມານະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມປະຊຸມຊ້ອງໜ້າ ຮ່ວມກັບຄະນະສະພາບໍລິຫານຈາກບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ (CSE) ແລະ ບໍລິສັດ ຜະລິດ ໄຟຟ້າລາວ ມະຫາຊົນ (EDL-Gen).

ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຈັນທະໜອມ ພົມມະນີ ປະທານ ສະພາບໍລິຫານ, ການປະຊຸມ ໄດ້ດຳເນີນໄປຢ່າງລ່ຽນໄຫຼ ແລະ ມີປະສິດທິຜົນ. ​ໂດຍ​ກວມ​ເອົາ​ຫຼາຍ​ວາລະ​ການ​ປະຊຸມ, ຄະນະ​ສະພາບໍລິຫານໄດ້​ຮັບ​ຊາບການ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ປະຕິບັດງານຂອງ ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ​ແລະ ພິຈາລະນາລົງມະຕິ​ຮັບຮອງ​ເອົາ​ວຽກງານທີ່ສຳຄັນ ພ້ອມທັງໃຫ້ທິດຊີ້ແນະແກ່ຄະນະບໍລິຫານ NT1PC ເພື່ອເປັນແນວທາງໃນການປັບປຸງ ແລະ ພັດທະນາການປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບຂື້ນເລື່ອຍໆ. ພາຍຫຼັງ​ການ​ປະຊຸມ, ຄະນະສະພາ​ບໍລິຫານ​ງານ EGCO ​ໄດ້​ຖືໂອກາດນີ້ມອບກະຕ່າຂອງຂວັນ ແລະ ​ອວຍພອນ​ປີ​ໃໝ່​ໃຫ້ແກ່​ທ່ານ ຈັນທະ​ໜອມ ພົມ​ມະນີ ​ແລະ ທ່ານ ວົງ​ສະ​ກຸນ ​ຍິ່ງຍົງ, ສະມາຊິກ​ສະພາ​ບໍລິຫານຈາກ EDL-Gen.

ບໍລິສັດໄຟຟ້າ ນ້ຳເທີນ 1 ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະສະພາບໍລິຫານ ທີ່ໄດ້ໃຫ້ທິດຊີ້ນຳຢ່າງຕໍ່ເນື່ອງແກ່ບໍລິສັດຂອງພວກເຮົາ ເຊິ່ງມັນເປັນເຄື່ອງມືໃນການຮັບປະກັນການດຳເນີນງານຂອງບໍລິສັດໃຫ້ມີຄວາມຄ່ອງໂຕ, ມີປະສິດທິພາບ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.