ໃນວັນທີ 24 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍ ທີມງານ ຮັບຜິດຊອບສັງຄົມຂອງອົງການ ຫຼື CSR, ໄດ້ຕ້ອນຮັບຄະນະພະແນກ ຈາກກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວນຄະນະກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເຂດບ້ານຈັດສັນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ.
ຄະນະຜູ້ຢ້ຽມຢາມ ເຊິ່ງນຳພາໂດຍ ທ່ານ ສອນທະວີ ເພັດຈະເລີນ, ຮອງຫົວໜ້າພະແນກສັງຄົມຊຸມຊົນ, ກົມທຸລະກິດພະລັງງານ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ, ຄະນະກຳມະການຍົກຍ້າຍ-ຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ ໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 (RLRC) ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງວຽງທອງ ໄດ້ຢ້ຽມຢາມຫ້ອງການພາກສະໜາມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ທີ່ບ້ານທ່າແພ ເພື່ອຮັບຟັງການລາຍງານຄວາມຄືບໜ້າກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນບ້ານຫ້ວຍຫອຍ ເຊິ່ງມີທ່ານ ບຸນເພັງ ດວງມາລາ, ຜູ້ຈັດການຝ່າຍສັງຄົມ ຂອງນໍ້າເທີນ 1 ເປັນຜູ້ລາຍງານວຽກຟື້ນຟູໃນໜຶ່ງປີຜ່ານມາ ພ້ອມທັງລາຍງານເຖິງຜົນສຳເລັດ ລວມເຖິງສິ່ງທ້າທາຍທີ່ເກີດຂຶ້ນ. ຈາກນັ້ນ, ທີມງານໂຄງການກໍ່ໄດ້ນຳພາຄະນະຢ້ຽມຢາມລົງຕິດຕາມວຽກໂຄງລ່າງພື້ນຖານພາກສະໜາມ ເຊັ່ນ ໂຄງການຕິດຕັ້ງເສົາໄຟຟ້າພະລັງງານແສງຕາເວັນ ເທດສະບານເມືອງວຽງທອງ ແຂວງບໍລິຄຳໄຊ ທີ່ໄດ້ຮັບທຶນຈາກກອງທຶນພັດທະນາຊຸມຊົນຂອງນ້ຳເທີນ 1 (CDF) ແລະ ໄດ້ລົງກວດກາລະບົບນໍ້າປະປາທີ່ບ້ານຫ້ວຍຫອຍ, ບ້ານຈອມທອງ ແລະ ບ້ານເມືອງມ່ວນ.
ສິ່ງທ້າທາຍອັນສຳຄັນທີ່ໄດ້ພົບພໍ້ຈາກການຈັດຕັ້ງປະຕິບັດກິດຈະກຳ ແມ່ນການຄຸ້ມຄອງ ແລະ ບໍລິຫານຈັດການນໍ້າປະປາ. ຊາວບ້ານໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຕົ້ນທຶນການໃຊ້ນໍ້າທີ່ມີລາຄາສູງ ແລະ ຕ້ອງການໃຫ້ມີລະບົບການຊໍາລະແບບອັດຕາຄົງທີ່ ແທນທີ່ການຊຳລະໂດຍອີງຕາມການຊົມໃຊ້. ນອກຈາກນີ້, ພວກເຂົາຍັງຕ້ອງການຄຸ້ມຄອງ ແລະ ຈັດການລະບົບນໍ້າປະປາດ້ວຍຕົນເອງ.
ທີມງານ ນໍ້າເທີນ 1 ແລະ ຄະນະຜູ້ຢ້ຽມຢາມ ຮູ້ດີວ່າການບໍລິຫານຈັດການລະບົບນໍ້າປະປາເປັນເລື່ອງທີ່ມີຄວາມຊັບຊ້ອນ. ທີມງານຜູ້ຮັບຜິດຊອບຊີ້ໃຫ້ເຫັນວ່າ ການທີ່ຊາວບ້ານບໍ່ຈ່າຍຄ່ານໍ້າເປັນປົກກະຕິ ແລະ ກົງຕາມເວລາ ເຮັດໃຫ້ພວກເຂົາຮູ້ສຶກວ່າການໃຊ້ນໍ້າມີລາຄາທີ່ສູງ. ນອກນີ້, ທາງທີມງານ ແລະ ຄະນະຜູ້ຢ້ຽມຢາມຍັງເຫັນກົງກັນວ່າ ການຈັດການລະບົບນໍ້າປະປາຢ່າງມີປະສິດທິພາບ ຕ້ອງອາໄສຄວາມຊຳນານທາງດ້ານເຕັກນິກ, ການບຳລຸງຮັກສາຢ່າງສະໝໍ່າສະເໝີ ແລະ ເງິນໝູນວຽນເພື່ອຊື້ອາໄຫຼ່ປ່ຽນຖ່າຍ ເຊິ່ງມັນເປັນສິ່ງທ້າທາຍສຳລັບຊາວບ້ານໃນການດຳເນີນການດ້ວຍໂຕຂອງພວກເຂົາເອງ. ໂດຍທີມງານມີຄວາມກັງວົນວ່າ ຖ້າຫາກວ່າ ຊາວບ້ານບໍ່ສາມາດຈັດການໄດ້ຢ່າງເໝາະສົມ, ລະບົບການນໍາໃຊ້ນໍ້າປະປາກໍ່ຈະບໍ່ປະສົບຜົນສຳເລັດ ແລະ ເກີດບັນຫາອື່ນໆຕາມມາ. ແນວໃດກໍ່ຕາມ, ທາງທີມງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ພ້ອມກັບຄູ່ຮ່ວມງານທ້ອງຖິ່ນ ໄດ້ເຮັດວຽກຢ່າງໜັກ ໃນການປຶກສາໂອ້ລົມ ແລະ ຊອກຫາທາງເລືອກທີ່ດີທີ່ສຸດໃຫ້ແກ່ປະຊາຊົນ ເພື່ອໃຫ້ພວກເຂົາໄດ້ເຫັນເຖິງຂໍ້ດີ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ຈະນຳມາ ທັງນີ້ກໍ່ເພື່ອໃຫ້ຄຳນຶງເຖິງຄວາມຍືນຍົງຂອງການຊົມໃຊ້ລະບົບນໍ້າປະປາ ເພື່ອຊີວິດການເປັນຢູ່ທີ່ດີຂອງຊາວບ້ານເອງ.
ການຢ້ຽມຢາມໃນຄັ້ງນີ້ ແມ່ນເນັ້ນຍໍ້າເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອຮັບປະກັນການຟື້ນຟູຊີວິດການເປັນຢູ່ຂອງຊຸມຊົນ ຕາມເປົ້າໝາຍຂອງ ນໍ້າເທີນ 1 ໃຫ້ປະສົບຜົນສຳເລັດ ໂດຍທັງສອງຝ່າຍຕ່າງໃຫ້ຄໍາໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັນຢ່າງຕໍ່ເນື່ອງ ເພື່ອແກ້ໄຂຄວາມທ້າທາຍ ແລະ ເພື່ອໃຫ້ໝັ້ນໃຈວ່າການພັດທະນາຈະມີຄວາມຍືນຍົງຕໍ່ໄປ.