ພາບລວມຂອງໂຄງການ

ໂຄງການ ເຂື່ອນໄຟຟ້າ ນ້ຳເທີນ 1 (NT1HPP) ເປັນເຂື່ອນທີ່ມີຄວາມສູງ 177 ແມັດ, ເຊິ່ງຕັ້ງຢູ່ຕາມສາຍ ນ້ຳກະດິງ, ແຂວງ ບໍລິຄຳໄຊ. ເຂື່ອນມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ (MW), ໃນນັ້ນ 520 ເມກາວັດ ຈະສົ່ງອອກຈຳໜ່າຍໃຫ້ກັບປະເທດໄທ ແລະ 130 ເມກາວັດ (MW) ຈະຈຳໜ່າຍເພື່ອການຊົມໃຊ້ພາຍໃນປະເທດ.

ໂຄງການນີ້ແມ່ນໄດ້ຮັບການພັດທະນາໂດຍ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ເຊິ່ງໄດ້ຮັບການສຳປະທານຈາກລັດຖະບານ ສປປ ລາວ ເພື່ອສ້າງ ແລະ ດຳເນີນງານເຂື່ອນໄຟຟ້ານ້ຳເທີນ 1 ເປັນເວລາ 27 ປີ.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ມຸ່ງໝັ້ນຕໍ່ກັບວິໄສທັດໃນການພັດທະນາປະເທດທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ພວກເຮົາເຮັດວຽກຢ່າງໃກ້ຊິດກັບບັນດາບໍລິສັດຜູ້ຖືຫຸ້ນ, ລັດຖະບານລາວ, ສະຖາບັນສາກົນ, ຜູ້ໄດ້ຮັບຜົນກະທົບຈາກໂຄງການ, ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ວິໄສທັດນີ້ປະກົດຜົນເປັນຈິງ.

ຂ່າວລ່າສຸດ

ການເສີມສ້າງສາຍພົວພັນໃນການເຮັດວຽກຜ່ານງານກິລາ: NT1PC ແລະ ເຈົ້າໜ້າທີ່ (ທະຫານ, ຕຳຫຼວດ, ແລະ  ໜ່ວຍຮັກສາຄວາມປອດໄພ)

ການເສີມສ້າງສາຍພົວພັນໃນການເຮັດວຽກຜ່ານງານກິລາ: NT1PC ແລະ ເຈົ້າໜ້າທີ່ (ທະຫານ, ຕຳຫຼວດ, ແລະ ໜ່ວຍຮັກສາຄວາມປອດໄພ)

ເຈົ້າໜ້າທີ່ ຈາກກອງບັນຊາການທະຫານ, ກອງບັນຊາການ ຕຳຫຼວດ ແລະ ໜ່ວຍງານຮັກສາຄວາມປອດໄພ ແມ່ນເປັນສ່ວນໜຶ່ງທີ່ມີບົດບາດສຳຄັນໃນການເບິ່ງແຍງດູແລຄວາມເປັນລະບຽບຮຽບຮ້ອຍ ແລະ ປ້ອງກັນຄວາມສະຫງົບ ລວມເຖິງ ຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ໂດຍສະເພາະ ຫ້ອງການພາກສະໜາມປາກກະດິງຂອງພວກເຮົາ ນັບຕັ້ງແຕ່ໄລຍະດຳເນີນການກໍ່ສ້າງເປັນຕົ້ນມາ. ສະນັ້ນ, ເພື່ອເປັນການສືບຕໍ່ສ້າງສາຍພົວພັນອັນດີ ແລະ ຮັດແໜ້ນມິດຕະພາບ ລະຫວ່າງ ບໍລິສັດ ໄຟຟ້າ ນໍ້າເທີນ 1

LEARN MORE
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງທາງປູຢາງສອງຊັ້ນ ທີ່ບ້ານໂພນຈະເລີນ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງທາງປູຢາງສອງຊັ້ນ ທີ່ບ້ານໂພນຈະເລີນ

ໃນຕອນບ່າຍຂອງວັນທີ 26 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົົວພັນລັດຖະບານ, ທ່ານ ສົມພອນ ພັນທະວົົງ ຮອງຜູ້ອຳນວຍການໃຫຍ່ຝ່າຍຜະລິດ ແລະ ປົວແປງເຂື່ອນ ພ້ອມທີີມງານສັງຄົົມ ແລະ ສິ່ງແວດລ້ອມ ນ້ຳເທີນ1 ໄດ້ເຂົ້າຮ່ວມ ກວດກາຄວາມຄືບໜ້າພາກສະໜາມ ຂອງໂຄງການກໍ່ສ້າງທາງປູຢາງສອງຊັ້ນທີ່ບ້ານໂພນຈະເລີນ ເມືອງປາກກະດິງ, ແຂວງບໍລິຄຳໄຊ ຮ່ວມກັບກອງເລຂາຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນນ້ຳເທີນ

LEARN MORE
ກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງນ້ຳເທີນ 1

ກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງນ້ຳເທີນ 1

ໃນວັນທີ 24 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍ ທີມງານ ຮັບຜິດຊອບສັງຄົມຂອງອົງການ ຫຼື  CSR, ໄດ້ຕ້ອນຮັບຄະນະພະແນກ ຈາກກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວນຄະນະກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເຂດບ້ານຈັດສັນ ຫ້ວຍຫອຍ, ເມືອງວຽງທອງ,

LEARN MORE

ຊີເອສອ໌າ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນນັກຮຽນດີນັກຮຽນເກັ່ງ ໃນງານກິລາຕ້ານສິ່ງເສບຕິດ ຂອງໂຮງຮຽນມັດທະຍົມສົມບູນປາກກະດິງ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນນັກຮຽນດີນັກຮຽນເກັ່ງ ໃນງານກິລາຕ້ານສິ່ງເສບຕິດ ຂອງໂຮງຮຽນມັດທະຍົມສົມບູນປາກກະດິງ

ງານກິລາຕ້ານສິ່ງເສບຕິດຂອງໂຮງຮຽນ ມັດທະຍົມສົມບູນ ປາກກະດິງ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນທຸກໆປີ ເຊິ່ງມັນເປີດໂອກາດໃຫ້ ນັກຮຽນໄດ້ມີເວທີສະແດງຄວາມສາມາດຂອງຕົນເອງ ບໍ່ວ່າຈະເປັນດ້ານກິລາ ແລະ ສິລະປະ ຜ່ານການແຂ່ງຂັນພາຍໃນໂຮງຮຽນ. ນອກນີ້, ງານດັ່ງກ່າວຍັງມີອີກໜຶ່ງວາລະທີ່ສຳຄັນ ນັ້ນກໍ່ຄືການມອບລາງວັນໃຫ້ແກ່ນັກຮຽນ ຜູ້ທີ່ມີຜົນງານດີເດັ່ນໃນການແຂ່ງຂັນດ້ານວິຊາການລະຫວ່າງໂຮງຮຽນ. ເນື່່ອງຈາກເຫັນໄດ້ເຖິງຄວາມສຳຄັນຂອງງານດັ່ງກ່າວ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສະໜັບສະໜູນເງິນ ຈຳນວນ 5,400,000 ກີບ ໃຫ້ແກ່ໂຮງຮຽນ ມັດທະຍົມສົມບູນປາກກະດິງ ເພື່ອເປັນລາງວັນໃຫ້ແກ່ນັກຮຽນເກັ່ງ ແລະ ນັກກິລາຂອງໂຮງຮຽນ ຊຶ່ງເປັນການກະຕຸກຊຸກຍູ້ພວກເຂົາເຫຼົ່ານີ້ໃຫ້ມີກໍາລັງໃຈ

LEARN MORE
ບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນງົບປະມານ ໃນການເຜີຍແຜ່ຄວາມຮູ້ດ້ານການຂັບຂີ່ປອດໄພ, ຜົນຮ້າຍຂອງຢາເສບຕິດ ແລະ ການຕ້ານການຄ້າມະນຸດ ໃນເມືອງວຽງທອງ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນງົບປະມານ ໃນການເຜີຍແຜ່ຄວາມຮູ້ດ້ານການຂັບຂີ່ປອດໄພ, ຜົນຮ້າຍຂອງຢາເສບຕິດ ແລະ ການຕ້ານການຄ້າມະນຸດ ໃນເມືອງວຽງທອງ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານ 6,515,000 ກີບ ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງວຽງທອງ, ແຂວງບໍລິຄຳໄຊ ເພື່ອລົງໂຄສະນາເຜີຍແຜ່ຄວາມຮູ້ໃຫ້ແກ່ ຊຸມຊົນໃນສາມຫົວຂໍ້ຫຼັກ ຄື 1) ການຂັບຂີ່ປອດໄພ, 2) ຜົນຮ້າຍຂອງຢາເສບຕິດ ແລະ 3) ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອ ໃຫ້ຊຸມຊົນຮັບຮູ້ບັນຫາ, ສາເຫດ ແລະ ຜົນກະທົບດັ່ງກ່າວ ເພື່ອສົ່ງເສີມໃຫ້ສັງຄົມມີຄວາມປອດໄພ, ສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໃນການດຳລົງຊີວິດ.

LEARN MORE
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນງົບປະມານ 45,000,000 ກີບ ເຂົ້າໃນຈັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນງົບປະມານ 45,000,000 ກີບ ເຂົ້າໃນຈັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ

ໃນກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງ ທີ່ຜ່ານມາ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານໃນການຈັດກອງປະຊຸມໃຫ້ແກ່ ເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ ມູນຄ່າລວມ 45,000,000 ກີບ. ໃນວັນທີ 4 ກຸມພາ 2025, ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາດ້ານການພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ຕາງໜ້າໃຫ້ແກ່ບໍລິສັດ ໄຟຟ້າ ນໍ້າເທີນ

LEARN MORE

ຄັງຮູບພາບ