ບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນນັກຮຽນດີນັກຮຽນເກັ່ງ ໃນງານກິລາຕ້ານສິ່ງເສບຕິດ ຂອງໂຮງຮຽນມັດທະຍົມສົມບູນປາກກະດິງ
ງານກິລາຕ້ານສິ່ງເສບຕິດຂອງໂຮງຮຽນ ມັດທະຍົມສົມບູນ ປາກກະດິງ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນທຸກໆປີ ເຊິ່ງມັນເປີດໂອກາດໃຫ້ ນັກຮຽນໄດ້ມີເວທີສະແດງຄວາມສາມາດຂອງຕົນເອງ ບໍ່ວ່າຈະເປັນດ້ານກິລາ ແລະ ສິລະປະ ຜ່ານການແຂ່ງຂັນພາຍໃນໂຮງຮຽນ. ນອກນີ້, ງານດັ່ງກ່າວຍັງມີອີກໜຶ່ງວາລະທີ່ສຳຄັນ ນັ້ນກໍ່ຄືການມອບລາງວັນໃຫ້ແກ່ນັກຮຽນ ຜູ້ທີ່ມີຜົນງານດີເດັ່ນໃນການແຂ່ງຂັນດ້ານວິຊາການລະຫວ່າງໂຮງຮຽນ. ເນື່່ອງຈາກເຫັນໄດ້ເຖິງຄວາມສຳຄັນຂອງງານດັ່ງກ່າວ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສະໜັບສະໜູນເງິນ ຈຳນວນ 5,400,000 ກີບ ໃຫ້ແກ່ໂຮງຮຽນ ມັດທະຍົມສົມບູນປາກກະດິງ ເພື່ອເປັນລາງວັນໃຫ້ແກ່ນັກຮຽນເກັ່ງ ແລະ ນັກກິລາຂອງໂຮງຮຽນ ຊຶ່ງເປັນການກະຕຸກຊຸກຍູ້ພວກເຂົາເຫຼົ່ານີ້ໃຫ້ມີກໍາລັງໃຈ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນງົບປະມານ ໃນການເຜີຍແຜ່ຄວາມຮູ້ດ້ານການຂັບຂີ່ປອດໄພ, ຜົນຮ້າຍຂອງຢາເສບຕິດ ແລະ ການຕ້ານການຄ້າມະນຸດ ໃນເມືອງວຽງທອງ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານ 6,515,000 ກີບ ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງວຽງທອງ, ແຂວງບໍລິຄຳໄຊ ເພື່ອລົງໂຄສະນາເຜີຍແຜ່ຄວາມຮູ້ໃຫ້ແກ່ ຊຸມຊົນໃນສາມຫົວຂໍ້ຫຼັກ ຄື 1) ການຂັບຂີ່ປອດໄພ, 2) ຜົນຮ້າຍຂອງຢາເສບຕິດ ແລະ 3) ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອ ໃຫ້ຊຸມຊົນຮັບຮູ້ບັນຫາ, ສາເຫດ ແລະ ຜົນກະທົບດັ່ງກ່າວ ເພື່ອສົ່ງເສີມໃຫ້ສັງຄົມມີຄວາມປອດໄພ, ສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໃນການດຳລົງຊີວິດ.
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນງົບປະມານ 45,000,000 ກີບ ເຂົ້າໃນຈັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ
ໃນກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງ ທີ່ຜ່ານມາ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານໃນການຈັດກອງປະຊຸມໃຫ້ແກ່ ເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ ມູນຄ່າລວມ 45,000,000 ກີບ. ໃນວັນທີ 4 ກຸມພາ 2025, ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາດ້ານການພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ຕາງໜ້າໃຫ້ແກ່ບໍລິສັດ ໄຟຟ້າ ນໍ້າເທີນ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ສົ່ງເສີມກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເພື່ອສົ່ງເສີມຜະລິດຕະພັນລາວ
ຜ່ານພົ້ນໄປແລ້ວ ສຳລັບເດືອນແຫ່ງການສະເຫຼີມສະຫຼອງການເລີ່ມຕົ້ນປີໃໝ່. ໃນເດືອນມັງກອນທີ່ຜ່ານມາ ທັງທີມງານຜູ້ບໍລິຫານ ແລະ ທີມງານວິຊາການ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເດີນທາງໄປອວຍພອນປີໃໝ່ແກ່ຄູ່ຮ່ວມງານພາກລັດຂອງພວກເຮົາໃນຫຼາຍພາກສ່ວນ. ໃນການໄປອວຍພອນປີໃໝ່ໃນຄັ້ງນີ້ ສິ່ງທີ່ພວກເຮົາມີຕິດໄມ້ຕິດມືໄປນຳ ທີ່ຂາດບໍ່ໄດ້ຄືກະຕ່າຂອງຂວັນທີ່ເຕັມໄປດ້ວຍຜະລິດຕະພັນທ້ອງຖິ່ນທີ່ຫຼາກຫຼາຍຂອງລາວ. ພິເສດ, ໃນນັ້ນຜະລິດຕະພັນຈາກກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ກໍ່ໄດ້ນຳໄປມອບໃຫ້ແກ່ການນຳທາງຂັ້ນແຂວງອີກດ້ວຍ. ກິດຈະກຳຂອງກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເປັນໜຶ່ງໃນກິດຈະກຳສໍາຄັນທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງພວກເຮົາໄດ້ໃຫ້ການສະໜັບສະໜູນທັງໃນເລື່ອງງົບປະມານ, ຄວາມຮູ້ໃນການພັດທະນາຝີມືຕ່າງໆ ແລະ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃຫ້ການສະໜັບສະໜູນການຍົກລະດັບວິຊາການຂອງຄູໃນບ້ານຫ້ວຍຫອຍ
ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບສຳລັບລູກຫຼາຍປະຊາຊົນກຸ່ມເປົ້າໝາຍ ໂດຍສະເພາະນັກຮຽນຕັ້ງແຕ່ລະດັບຊັ້ນອານຸບານ, ປະຖົມ ແລະ ມັດທະຍົມພາຍໃນບ້ານຫ້ວຍຫອຍ, ເຊິ່ງຄູອາຈານມີບົດບາດສຳຄັນຫຼາຍໃນການສິດສອນ, ຊຸກຍູ້ ແລະ ຂັບເຄື່ອນການຮຽນຮູ້ຂອງເດັກໃຫ້ມີຄຸນນະພາບ. ເພື່ອປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບການສິດສອນຂອງຄູອາຈານ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຶ່ງໄດ້ສະໜັບສະໜູນທຶນມູນຄ່າ 14,240,000 ກີບ ໃຫ້ແກ່ຄູອາຈານຈຳນວນ 10 ທ່ານ (ຄູອານຸບານ 3 ທ່ານ, ປະຖົມ 2 ທ່ານ ແລະ ມັດທະຍົມ 5 ທ່ານ)
Read moreການແລກປ່ຽນປະສົບການ, ຄວາມຮູ້ໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ລະຫວ່າງທ້ອງຖິ່ນ ເພື່ອຊ່ວຍສົ່ງເສີມການພັດທະນາຊຸມຊົນ
ບໍ່ດົນມານີ້, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການຈັດກິດຈະກໍາການແລກປ່ຽນຄວາມຮູ້ແບບ ບ້ານເຖິງບ້ານ ທີ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງ ບໍລິຄຳໄຊ. ກິດຈະກຳດັ່ງກ່າວ ແມ່ນເຕົ້າໂຮມເອົາຜູ້ຕາງໜ້າຈາກເມືອງປາກກະດິງ ລວມມີຄະນະປະຈຳພັກເມືອງ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການການຄ້າເມືອງ, ຄະນະກອງທຶນຂັ້ນບ້ານ ແລະ ນາຍບ້ານຈາກ 7 ບ້ານລຸ່ມເຂື່ອນ ເພື່ອເຂົ້າຮ່ວມແບ່ງປັນຄວາມຮູ້ ແລະ ປະສົບການໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ຕ່າງໆ ກັບທາງບ້ານຫ້ວຍຫອຍ,
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ ໃນວັນທີ 14 ພະຈິກ 2024, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ສືບຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການປັບປຸງຊີວິດການເປັນຢູ່ຂອງ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ (PAP) ທີ່ ເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍການມອບເງິນກອງທຶນ ງວດທີ 3 ປີ 2024. ໃນກອງປະຊຸມການມອບ-ຮັບເງິນກອງທຶນ, ທ່ານ
Read moreກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ
ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ ແລະ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023
ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1 ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ
Read moreຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ
ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.
Read moreທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ
“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.” ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ, ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ
Read more