ການເສີມສ້າງສາຍພົວພັນໃນການເຮັດວຽກຜ່ານງານກິລາ: NT1PC ແລະ ເຈົ້າໜ້າທີ່ (ທະຫານ, ຕຳຫຼວດ, ແລະ ໜ່ວຍຮັກສາຄວາມປອດໄພ)
ເຈົ້າໜ້າທີ່ ຈາກກອງບັນຊາການທະຫານ, ກອງບັນຊາການ ຕຳຫຼວດ ແລະ ໜ່ວຍງານຮັກສາຄວາມປອດໄພ ແມ່ນເປັນສ່ວນໜຶ່ງທີ່ມີບົດບາດສຳຄັນໃນການເບິ່ງແຍງດູແລຄວາມເປັນລະບຽບຮຽບຮ້ອຍ ແລະ ປ້ອງກັນຄວາມສະຫງົບ ລວມເຖິງ ຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ໂດຍສະເພາະ ຫ້ອງການພາກສະໜາມປາກກະດິງຂອງພວກເຮົາ ນັບຕັ້ງແຕ່ໄລຍະດຳເນີນການກໍ່ສ້າງເປັນຕົ້ນມາ. ສະນັ້ນ, ເພື່ອເປັນການສືບຕໍ່ສ້າງສາຍພົວພັນອັນດີ ແລະ ຮັດແໜ້ນມິດຕະພາບ ລະຫວ່າງ ບໍລິສັດ ໄຟຟ້າ ນໍ້າເທີນ 1
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນນັກຮຽນດີນັກຮຽນເກັ່ງ ໃນງານກິລາຕ້ານສິ່ງເສບຕິດ ຂອງໂຮງຮຽນມັດທະຍົມສົມບູນປາກກະດິງ
ງານກິລາຕ້ານສິ່ງເສບຕິດຂອງໂຮງຮຽນ ມັດທະຍົມສົມບູນ ປາກກະດິງ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນທຸກໆປີ ເຊິ່ງມັນເປີດໂອກາດໃຫ້ ນັກຮຽນໄດ້ມີເວທີສະແດງຄວາມສາມາດຂອງຕົນເອງ ບໍ່ວ່າຈະເປັນດ້ານກິລາ ແລະ ສິລະປະ ຜ່ານການແຂ່ງຂັນພາຍໃນໂຮງຮຽນ. ນອກນີ້, ງານດັ່ງກ່າວຍັງມີອີກໜຶ່ງວາລະທີ່ສຳຄັນ ນັ້ນກໍ່ຄືການມອບລາງວັນໃຫ້ແກ່ນັກຮຽນ ຜູ້ທີ່ມີຜົນງານດີເດັ່ນໃນການແຂ່ງຂັນດ້ານວິຊາການລະຫວ່າງໂຮງຮຽນ. ເນື່່ອງຈາກເຫັນໄດ້ເຖິງຄວາມສຳຄັນຂອງງານດັ່ງກ່າວ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສະໜັບສະໜູນເງິນ ຈຳນວນ 5,400,000 ກີບ ໃຫ້ແກ່ໂຮງຮຽນ ມັດທະຍົມສົມບູນປາກກະດິງ ເພື່ອເປັນລາງວັນໃຫ້ແກ່ນັກຮຽນເກັ່ງ ແລະ ນັກກິລາຂອງໂຮງຮຽນ ຊຶ່ງເປັນການກະຕຸກຊຸກຍູ້ພວກເຂົາເຫຼົ່ານີ້ໃຫ້ມີກໍາລັງໃຈ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ສະໜັບສະໜູນງົບປະມານ ໃນການເຜີຍແຜ່ຄວາມຮູ້ດ້ານການຂັບຂີ່ປອດໄພ, ຜົນຮ້າຍຂອງຢາເສບຕິດ ແລະ ການຕ້ານການຄ້າມະນຸດ ໃນເມືອງວຽງທອງ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານ 6,515,000 ກີບ ໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງວຽງທອງ, ແຂວງບໍລິຄຳໄຊ ເພື່ອລົງໂຄສະນາເຜີຍແຜ່ຄວາມຮູ້ໃຫ້ແກ່ ຊຸມຊົນໃນສາມຫົວຂໍ້ຫຼັກ ຄື 1) ການຂັບຂີ່ປອດໄພ, 2) ຜົນຮ້າຍຂອງຢາເສບຕິດ ແລະ 3) ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອ ໃຫ້ຊຸມຊົນຮັບຮູ້ບັນຫາ, ສາເຫດ ແລະ ຜົນກະທົບດັ່ງກ່າວ ເພື່ອສົ່ງເສີມໃຫ້ສັງຄົມມີຄວາມປອດໄພ, ສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໃນການດຳລົງຊີວິດ.
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງທາງປູຢາງສອງຊັ້ນ ທີ່ບ້ານໂພນຈະເລີນ
ໃນຕອນບ່າຍຂອງວັນທີ 26 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົົວພັນລັດຖະບານ, ທ່ານ ສົມພອນ ພັນທະວົົງ ຮອງຜູ້ອຳນວຍການໃຫຍ່ຝ່າຍຜະລິດ ແລະ ປົວແປງເຂື່ອນ ພ້ອມທີີມງານສັງຄົົມ ແລະ ສິ່ງແວດລ້ອມ ນ້ຳເທີນ1 ໄດ້ເຂົ້າຮ່ວມ ກວດກາຄວາມຄືບໜ້າພາກສະໜາມ ຂອງໂຄງການກໍ່ສ້າງທາງປູຢາງສອງຊັ້ນທີ່ບ້ານໂພນຈະເລີນ ເມືອງປາກກະດິງ, ແຂວງບໍລິຄຳໄຊ ຮ່ວມກັບກອງເລຂາຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນນ້ຳເທີນ
Read moreກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງນ້ຳເທີນ 1
ໃນວັນທີ 24 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍ ທີມງານ ຮັບຜິດຊອບສັງຄົມຂອງອົງການ ຫຼື CSR, ໄດ້ຕ້ອນຮັບຄະນະພະແນກ ຈາກກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວນຄະນະກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າກິດຈະກຳການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເຂດບ້ານຈັດສັນ ຫ້ວຍຫອຍ, ເມືອງວຽງທອງ,
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ໃຫ້ການສະໜັບສະໜູນການຄຸ້ມຄອງ-ຮັກສາປ່າໄມ້ ແລະ ຊີວະນາໆພັນ ໃນເຂດອ່າງຮັບນໍ້າ ເຂື່ອນໄຟຟ້າ ນໍ້າເທີນ 1
ໃນວັນທີ 4 ກຸມພາ 2024, ຕາງໜ້າຈາກ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາດ້ານການພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ເຂົ້າຮ່ວມກອງປະຊຸມ ລາຍງານຜົນການຈັດຕັ້ງປະຕິບັດວຽກງານລາດຕະເວນ ປະຈຳ 6 ເດືອນທ້າຍປີ 2024 ໃນເຂດອ່າງຮັບນໍ້າເຂື່ອນໄຟຟ້າ ນໍ້າເທີນ 1 ທີ່ເມືອງປາກກະດິງ ແຂວງບໍລິຄຳໄຊ. ໃນກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນງົບປະມານ 45,000,000 ກີບ ເຂົ້າໃນຈັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ
ໃນກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງ ທີ່ຜ່ານມາ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນງົບປະມານໃນການຈັດກອງປະຊຸມໃຫ້ແກ່ ເມືອງປາກກະດິງ ແລະ ເມືອງວຽງທອງ, ແຂວງບໍລິຄຳໄຊ ມູນຄ່າລວມ 45,000,000 ກີບ. ໃນວັນທີ 4 ກຸມພາ 2025, ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາດ້ານການພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ຕາງໜ້າໃຫ້ແກ່ບໍລິສັດ ໄຟຟ້າ ນໍ້າເທີນ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ສົ່ງເສີມກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເພື່ອສົ່ງເສີມຜະລິດຕະພັນລາວ
ຜ່ານພົ້ນໄປແລ້ວ ສຳລັບເດືອນແຫ່ງການສະເຫຼີມສະຫຼອງການເລີ່ມຕົ້ນປີໃໝ່. ໃນເດືອນມັງກອນທີ່ຜ່ານມາ ທັງທີມງານຜູ້ບໍລິຫານ ແລະ ທີມງານວິຊາການ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເດີນທາງໄປອວຍພອນປີໃໝ່ແກ່ຄູ່ຮ່ວມງານພາກລັດຂອງພວກເຮົາໃນຫຼາຍພາກສ່ວນ. ໃນການໄປອວຍພອນປີໃໝ່ໃນຄັ້ງນີ້ ສິ່ງທີ່ພວກເຮົາມີຕິດໄມ້ຕິດມືໄປນຳ ທີ່ຂາດບໍ່ໄດ້ຄືກະຕ່າຂອງຂວັນທີ່ເຕັມໄປດ້ວຍຜະລິດຕະພັນທ້ອງຖິ່ນທີ່ຫຼາກຫຼາຍຂອງລາວ. ພິເສດ, ໃນນັ້ນຜະລິດຕະພັນຈາກກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ກໍ່ໄດ້ນຳໄປມອບໃຫ້ແກ່ການນຳທາງຂັ້ນແຂວງອີກດ້ວຍ. ກິດຈະກຳຂອງກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເປັນໜຶ່ງໃນກິດຈະກຳສໍາຄັນທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງພວກເຮົາໄດ້ໃຫ້ການສະໜັບສະໜູນທັງໃນເລື່ອງງົບປະມານ, ຄວາມຮູ້ໃນການພັດທະນາຝີມືຕ່າງໆ ແລະ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຈັດກອງປະຊຸມ ສະພາບໍລິຫານຊຸດພິເສດ ຄັ້ງທີ 1 ປີ 2025
ເມືອຄັ້ງວັນທີ 30 ມັງກອນ 2025, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຈັດກອງປະຊຸມ ສະພາບໍລິຫານ ຄັ້ງທີ 1 ປີ 2025 ທີ່ຫ້ອງປະຊຸມທະນາຄານພັດທະນາລາວ. ການປະຊຸມໃນຄັ້ງນີ້ເປັນກອງປະຊຸມຊຸດພິເສດ ທີ່ຄະນະສະພາບໍລິຫານຈາກ ບໍລິສັດ ຜະລິດໄຟຟ້າ ຈຳກັດ ມະຫາຊົນ (EGCO) ປະເທດໄທ, ໃຫ້ກຽດເດີນທາງມານະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມປະຊຸມຊ້ອງໜ້າ ຮ່ວມກັບຄະນະສະພາບໍລິຫານຈາກບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ (CSE)
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ພວມຢູ່ໃນໄລຍະການກວດກາ ເພື່ອຮັບປະກັນການຜະລິດໄຟຟ້າ ໃຫ້ມີປະສິດທິພາບ ແລະ ຄວາມປອດໄພ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ພວມຢູ່ໃນໄລຍະການກວດກາລະບົບເຄື່ອງຜະລິດໄຟຟ້າ ແລະ ອຸປະກອນ ອື່ນໆ ເພື່ອຮັບປະກັນການຜະລິດໄຟຟ້າ ໃຫ້ມີປະສິດທິພາບ ແລະ ຄວາມປອດໄພ ເພື່ອຮັບປະກັນການສະໜອງໄຟຟ້າຢ່າງຕໍ່ເນື່ອງສະໝໍ່າສະເໜີ. ເພື່ອຮັບປະກັນການດຳເນີນງານຂອງເຂື່ອນໄຟຟ້ານ້ຳເທີນ 1 ໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບສູງ, ປະຈຸບັນ ໂຮງງານໄຟຟ້າ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ທີ່ເມືອງປາກກະດິງ, ແຂວງບໍລິຄຳໄຊ ພວມຢູ່ໃນໄລຍະການກວດກາແບບຄົບຊຸດ ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ
Read moreຜູ້ຕາງໜ້າຈາກ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເຂົ້າພົບ ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອອວຍພອນປີໃໝ່ 2025
ຜູ້ຕາງໜ້າຈາກ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເຂົ້າພົບ ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອອວຍພອນປີໃໝ່ 2025 ໃນວັນທີ 27 ທັນວາ 2024, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດອະນຸຍາດໃຫ້ຜູ້ຕາງໜ້າຈາກບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງນຳພາໂດຍ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃຫ້ການສະໜັບສະໜູນການຍົກລະດັບວິຊາການຂອງຄູໃນບ້ານຫ້ວຍຫອຍ
ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບສຳລັບລູກຫຼາຍປະຊາຊົນກຸ່ມເປົ້າໝາຍ ໂດຍສະເພາະນັກຮຽນຕັ້ງແຕ່ລະດັບຊັ້ນອານຸບານ, ປະຖົມ ແລະ ມັດທະຍົມພາຍໃນບ້ານຫ້ວຍຫອຍ, ເຊິ່ງຄູອາຈານມີບົດບາດສຳຄັນຫຼາຍໃນການສິດສອນ, ຊຸກຍູ້ ແລະ ຂັບເຄື່ອນການຮຽນຮູ້ຂອງເດັກໃຫ້ມີຄຸນນະພາບ. ເພື່ອປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບການສິດສອນຂອງຄູອາຈານ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຶ່ງໄດ້ສະໜັບສະໜູນທຶນມູນຄ່າ 14,240,000 ກີບ ໃຫ້ແກ່ຄູອາຈານຈຳນວນ 10 ທ່ານ (ຄູອານຸບານ 3 ທ່ານ, ປະຖົມ 2 ທ່ານ ແລະ ມັດທະຍົມ 5 ທ່ານ)
Read moreການແລກປ່ຽນປະສົບການ, ຄວາມຮູ້ໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ລະຫວ່າງທ້ອງຖິ່ນ ເພື່ອຊ່ວຍສົ່ງເສີມການພັດທະນາຊຸມຊົນ
ບໍ່ດົນມານີ້, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການຈັດກິດຈະກໍາການແລກປ່ຽນຄວາມຮູ້ແບບ ບ້ານເຖິງບ້ານ ທີ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງ ບໍລິຄຳໄຊ. ກິດຈະກຳດັ່ງກ່າວ ແມ່ນເຕົ້າໂຮມເອົາຜູ້ຕາງໜ້າຈາກເມືອງປາກກະດິງ ລວມມີຄະນະປະຈຳພັກເມືອງ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການການຄ້າເມືອງ, ຄະນະກອງທຶນຂັ້ນບ້ານ ແລະ ນາຍບ້ານຈາກ 7 ບ້ານລຸ່ມເຂື່ອນ ເພື່ອເຂົ້າຮ່ວມແບ່ງປັນຄວາມຮູ້ ແລະ ປະສົບການໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ຕ່າງໆ ກັບທາງບ້ານຫ້ວຍຫອຍ,
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ ໃນວັນທີ 14 ພະຈິກ 2024, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ສືບຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການປັບປຸງຊີວິດການເປັນຢູ່ຂອງ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ (PAP) ທີ່ ເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍການມອບເງິນກອງທຶນ ງວດທີ 3 ປີ 2024. ໃນກອງປະຊຸມການມອບ-ຮັບເງິນກອງທຶນ, ທ່ານ
Read moreກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມ ການດໍາເນີນງານ ຂອງ ເຂື່ອນໄຟຟ້າ ນໍ້າເທີນ 1
ທີ່ຫ້ອງການພາກສະໜາມ ເມືອງປາກກະດິງ, ແຂວງບໍລິຄຳໄຊ, ປະເທດລາວ (28 ຕູລາ 2024) – ການຢ້ຽມຢາມໃນຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອຕິດຕາມການດຳເນີນງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 (NT1PC) ແລະ ເພື່ອຮັບປະກັນການດຳເນີນງານໃຫ້ສອດຄ່ອງຕາມເງື່ອນໄຂໃນສັນຍາສຳປະທານ. ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ທີມງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ, ໄດ້ຕ້ອນຮັບບັນດາຄະນະພະແນກ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຢັ້ງຢືນມາດຕະຖານສາກົນດ້ານລະບົບຄຸ້ມຄອງຄຸນນະພາບ ISO 9001:2015 ແລະ ISO 14001:2015 ດ້ານລະບົບຄຸ້ມຄອງສິ່ງແວດລ້ອມ
ອົງການມາດຕະຖານສາກົນ (ISO) ເປັນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ມີຊື່ສຽງ ເຊິ່ງສ້າງຕັ້ງມາດຕະຖານເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິພາບຂອງຜະລິດຕະພັນ, ບໍລິການ, ແລະ ລະບົບໃນການປະຕິບັດວຽກງານ. ທຸລະກິດຕ່າງໆ ສາມາດໄດ້ຮັບໃບຢັ້ງຢືນ ISO ເພື່ອຢັ້ງຢືນການປະຕິບັດຕາມມາດຕະຖານຂະບວນການທີ່ມີຄຸນນະພາບ ເຊິ່ງກໍານົດໂດຍອົງການມາດຕະຖານສາກົນ (ISO). ການບັນລຸການຢັ້ງຢືນ ISO ສະແດງໃຫ້ເຫັນຄວາມມຸ່ງຫມັ້ນ ແລະ ເຈດຈຳນົງຂອງບໍລິສັດ ທີ່ຈະບັນລຸມາດຕະຖານທີ່ເຂັ້ມງວດ. ດັ່ງນັ້ນ, ຈຶ່ງເຮັດທຸລະກິດດັ່ງກ່າວມີຄວາມໜ້າເຊື່ອຖື ແລະ ເພີ່ມຄວາມໝັ້ນໃຈໃຫ້ແກ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດຍຸດທະສາດ. ອີງຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນ ເອກະສານຊ້ອນທ້າຍ
Read moreພິທີ ປະກາດແຕ່ງຕັ້ງຕຳແໜ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ
ຂໍສະແດງຄວາມຍິນດີມາຍັງ ທ່ານ ສຸລະໄຊ ມີແມ້ (ດ້ານໜ້າ-ຊ້າຍມື) ທີ່ໄດ້ຮັບແຕ່ງຕັ້ງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ. ໃນວັນທີ 29 ເມສາ 2024, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ໄດ້ຈັດພິທີຕ້ອນຮັບຜູ້ອໍານວຍການໃຫຍ່ (MD) ຄົນໃໝ່ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022
ຕະຫຼອດໄລຍະທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ປະຕິບັດພັນທະຫຼາຍດ້ານດ້ວຍຄວາມຮັບຜິດຊອບ ເພື່ອຮັບປະກັນຜົນກະທົບທາງບວກຕໍ່ກັບສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງປະເທດ. ໃນນັ້ນ, ພວກເຮົາສາມາດປະຕິບັດພັນທະສ່ວຍສາອາກອນເພື່ອສ້າງລາຍຮັບເຂົ້າໃນງົບປະມານແຫ່ງລັດ ແລະ ຍັງສາມາດດຶງດູດເງິນຕາຕ່າງປະເທດເຂົ້າມາພາຍໃນປະເທດ. ດັ່ງນັ້ນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຈຶ່ງໄດ້ຮັບໃບຍ້ອງຍໍທີ່ມີຜົນງານດີເດັ່ນປະເພດ II ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022 ຕາມຂໍ້ຕົກລົງ ເລກທີ 4037/ກງ, ລົງວັນທີ
Read moreກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ
ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ ແລະ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023
ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1 ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ
Read moreຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ
ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.
Read moreທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ
“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.” ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ, ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ
Read moreມອບທຶນສະໜັບສະໜູນຈັດງານປະກາດຮັບຮອງ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນບ້ານວັດທະນະທໍາ
—————————- ເບິ່ງວິດີໂອຂ່າວເພີ່ມເຕີມໄດ້ທີ່: https://www.facebook.com/100090726062275/videos/1550046242196638/ —————————- – ທ່ານຍັງສາມາດອ່ານຂ່າວສານນ້ຳເທີນ 1 ປະເດືອນ ສິງຫາ 2023 ສະບັບເຕັມໄດ້ທີ່: https://bit.ly/3ZWBnrP (ພາສາລາວ)
Read moreຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023
ພວກເຮົາ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ (NT1PC), ມີຄວາມຍິນດີທີ່ຈະແບ່ງປັນຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023, ໂດຍມີຈຸດປະສົງເພື່ອນຳສະເໜີບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ (NT1PC), ພະນັກງານ, ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງກັບບໍລິສັດ ເຊັ່ນ: ວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກວມເອົາວຽກງານຍົກຍ້າຍ-ຈັດສັນ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງບ້ານ, ວຽກງານພົວພັນກັບລັດຖະບານ ແລະ
Read moreມອບທຶນການສຶກສາໃຫ້ນັກຮຽນຈາກພື້ນທີ່ໂຄງການ ໄປຮຽນ ທີ່ ສປ ຈີນ
“…ນ້ອງຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະໄດ້ໄປສຶກສາຮໍ່າຮຽນຢູ່ປະເທດຈີນ ຊຶ່ງມັນເປັນຄັ້ງທຳອິດທີ່ນ້ອງຈະໄດ້ເດີນທາງອອກຈາກບ້ານ ແລະ ຢູ່ຫ່າງໄກຈາກຄອບຄົວ…” ຄໍາເວົ້າສ່ວນໜຶ່ງຈາກບົດສໍາພາດ
Read moreປະກອບສ່ວນສົມທົບທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງບໍລິຄຳໄຊ
ໃນໄລຍະທີ່ຜ່ານມາ, ສະພາບອາກາດມີການປ່ຽນແປງຢ່າງຮຸນແຮງເຮັດໃຫ້ເກີດມີພາຍຸ ແລະ ຝົນຕົກໜັກຕໍ່ເນື່ອງໃນຫຼາຍຂົງເຂດທົ່ວປະເທດລາວ. ແຂວງບໍລິຄຳໄຊ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸ (Talim) ສົ່ງຜົນໃຫ້ມີຝົນທີ່ຕົກໜັກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ້າຍເດືອນ ກໍລະກົດ ເຖິງ ຕົ້ນເດືອນສິງຫາ 2023, ເຊິ່ງເຮັດເກີດຄວາມເສຍຫາຍໃນຫຼາຍດ້ານ ເຊັ່ນ: ດິນເຈື່ອນ, ເສັ້ນທາງເປ່ເພ, ນ້ຳຖ້ວມກະທັນຫັນ ແລະ ປະຊາຊົນຫຼາຍຫຼັງຄາເຮືອນໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທາງທຳມະຊາດຄັ້ງນີ້. ດັ່ງນັ້ນ, ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສົມທົບທຶນ ຈຳນວນ 100,000,000 ກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
Read moreມອບອຸປະກອນຮັບໃຊ້ເຜີຍແຜ່ຂໍ້ມູນຂ່າວສານ (ລະບົບໂທລະໂຄ່ງບ້ານ) ໃຫ້ກັບ 8 ບ້ານລຸ່ມເຂື່ອນ
ໃນຕອນເຊົ້າວັນທີ 15 ສິງຫາ 2023 ນີ້, ຢູ່ທີ່ ຫ້ອງການບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ອຸປະກອນປັບປຸງລະບົບໂທລະໂຄ່ງໃຫ້ 8 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ເພື່ອໃຫ້ມີຄວາມສະດວກໃນການສື່ສານ ປະກາດແຈ້ງການໃນກໍລະນີສຸກເສີນ ແລະ ວຽກບ້ານການເມືອງຕ່າງໆໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ມີ: ບ້ານໂພນຈະ ເລີນ, ບ້ານໂພນໄຊ, ບ້ານຫາດຊາຍຄຳ, ບ້ານປາກຊຸນ, ບ້ານດອນໄຊ, ບ້ານປາກປາງ, ບ້ານປາກກະດິງເໜືອ ແລະ ບ້ານປາກກະດິງໃຕ້.
Read moreບໍລິສັດ ໄຟຟ້ານ້ຳເທີນ 1 ໄດ້ຮັບໃບກຽດຕິຄຸນ ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023
ໃນຕອນເຊົ້າວັນທີ 11 ສິງຫາ 2023, ຢູ່ທີ່ ຫ້ອງປະຊຸມກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີມອບ-ຮັບ ໃບກຽດຕິຄຸນໃຫ້ແກ່ ຜູ້ທີ່ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ເຊິ່ງຈັດໂດຍ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເນື່ອງໃນວັນສຳຄັນດັ່ງກ່າວ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນໃຫ້ແກ່ ກົມສິ່ງແວດລ້ອມ – ກຊສ ເພື່ອເປັນການປະກອບສ່ວນໃນການກະກຽມບັນດາກິດຈະກຳຕ່າງໆ.
Read moreບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສົມທົບທຶນ ເຂົ້າໃນພິທີປ່ອຍປາ ວັນສິ່ງແວດລ້ອມໂລກ ທີ່ ເມືອງວຽງທອ, ແຂວງບໍລິຄຳໄຊ
“ເວລາໃດກໍ່ຕາມ, ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ເພື່ອເປັນມູນມໍລະດົກສືບທອດເຖິງລູກ-ຫຼານ, ເຮັດໃຫ້ສັດນ້ຳມີຄວາມດຸ່ນດ່ຽງທາງດ້ານທາດຊີ້ນ ຄຽງຄູ່ກັບພວກເຮົາຕະຫຼອດໄປໃຫ້ສົມກັບຄຳວ່າ ໃນນໍ້າມີປາ ໃນນາມີເຂົ້າ ໃນປະເທດເຮົາໃຫ້ຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທໍາມະຊາດ” ກ່າວໂດຍ ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ. ໃນວັນທີ 11 ກໍລະກົດ 2023 ທີ່ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ແລະ ວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ
Read moreມອບທຶນສະໜັບສະໜູນໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ທີ່ຜ່ານມາ, ບໍລິສັດ ໄຟໄຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນ ຈຳນວນ 5,000,000 ກີບ ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາ, ເຊິ່ງຕາງໜ້າມອບໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟໄຟ້ານ້ຳເທີນ 1
Read moreຂ່າວສານສັງຄົມ ນ້ຳເທີນ 1 ສະບັບທີ 7 ປະຈຳເດືອນ ກໍລະກົດ ປີ 2023
ພວກເຮົາ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ (NT1PC), ມີຄວາມຍິນດີທີ່ຈະແບ່ງປັນຂ່າວສານສັງຄົມ ນ້ຳເທີນ 1 ສະບັບທີ 7 ປະຈຳເດືອນ ກໍລະກົດ ປີ 2023, ໂດຍມີຈຸດປະສົງເພື່ອນຳສະເໜີບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ (NT1PC), ພະນັກງານ, ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງກັບບໍລິສັດ ເຊັ່ນ: ວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກວມເອົາວຽກງານຍົກຍ້າຍ-ຈັດສັນ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງບ້ານ, ວຽກງານພົວພັນກັບລັດຖະບານ
Read moreສະໜັບສະໜູນ ຄອມພິວເຕີຕັ້ງໂຕະ ແລະ ເຄື່ອງປີ້ນເຕີໃຫ້ແກ່ ຫ້ອງການພະລັງງານ ແລະ ບໍ່ແຮ່, ເມືອງປາກກະດິງ, ແຂວງບໍລິຄໍາໄຊ
ເມື່ອວັນທີ 28 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບ ຄອມພິວເຕີຕັ້ງໂຕະ ຈໍານວນ 1 ໜ່ວຍ ແລະ ເຄື່ອງປີ້ເຕີ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການພະລັງງານແລະບໍ່ແຮ່ (ພບ) ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ພິເສດສຸດ ຄະເຊັນສຸລະພັນ, ຮອງຜູ້ອໍານວຍການຝ່າຍກໍ່ສ້າງ ພ້ອມດ້ວຍທີມງານບໍລິຫານພາກສະໜາມເປັນຜູ້ມອບ ແລະ
Read moreສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ
ເມື່ອວັນທີ 28 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບກ້ອງຖ່າຍຮູບ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການ ຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ (ຖວທ) ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ພິເສດສຸດ ຄະເຊັນສຸລະພັນ, ຮອງຜູ້ອໍານວຍການຝ່າຍກໍ່ສ້າງ ພ້ອມດ້ວຍທີມງານເປັນຜູ້ມອບ ແລະ ຜູ້ຕາງໜ້າຈາກ ຫ້ອງການ ຖວທ
Read moreສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງວຽງຄໍາ, ແຂວງບໍລິຄໍາໄຊ
ເມື່ອວັນທີ 27 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບກ້ອງຖ່າຍຮູບ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການຖະແຫຼງຂ່າວ – ວັດທະນາທຳ ແລະ ການທ່ອງທ່ຽວ (ຖວທ) ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ກໍາມະການບໍ ລິຫານ ພ້ອມດ້ວຍທີມງານຫ້ອງການຜູ້ອໍານວຍການໃຫຍ່
Read moreສະໜັບສະໜູນ ທໍ່ຢາງ ເອັສດີພີຊີ ໃຫ້ແກ່ ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ
ເມື່ອວັນທີ 23 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ໄປມອບ ແລະ ຈັດສົ່ງ ທໍ່ຢາງ ເອັສດີພີໃຫ້ແກ່ ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ບຸນຍາຣັກ ສິງອ່ອນ, ຜູ້ຈັດການພະແນກໂຮງໄຟຟ້າ ພ້ອມດ້ວຍທີມງານເປັນຜູ້ມອບ ແລະ ຜູ້ຕາງໜ້າຈາກກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແມ່ນ
Read more