ບໍລິສັດ ໄຟຟ້າ ນໍ້າເທີນ 1 ສົ່ງເສີມກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເພື່ອສົ່ງເສີມຜະລິດຕະພັນລາວ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ສົ່ງເສີມກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເພື່ອສົ່ງເສີມຜະລິດຕະພັນລາວ Previous item ບໍລິສັດ ໄຟຟ້າ ນໍ້າເທີນ 1... Next item ບໍລິສັດ ໄຟຟ້າ ນໍ້າເທີນ 1...

ຜ່ານພົ້ນໄປແລ້ວ ສຳລັບເດືອນແຫ່ງການສະເຫຼີມສະຫຼອງການເລີ່ມຕົ້ນປີໃໝ່. ໃນເດືອນມັງກອນທີ່ຜ່ານມາ ທັງທີມງານຜູ້ບໍລິຫານ ແລະ ທີມງານວິຊາການ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເດີນທາງໄປອວຍພອນປີໃໝ່ແກ່ຄູ່ຮ່ວມງານພາກລັດຂອງພວກເຮົາໃນຫຼາຍພາກສ່ວນ. ໃນການໄປອວຍພອນປີໃໝ່ໃນຄັ້ງນີ້ ສິ່ງທີ່ພວກເຮົາມີຕິດໄມ້ຕິດມືໄປນຳ ທີ່ຂາດບໍ່ໄດ້ຄືກະຕ່າຂອງຂວັນທີ່ເຕັມໄປດ້ວຍຜະລິດຕະພັນທ້ອງຖິ່ນທີ່ຫຼາກຫຼາຍຂອງລາວ. ພິເສດ, ໃນນັ້ນຜະລິດຕະພັນຈາກກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ກໍ່ໄດ້ນຳໄປມອບໃຫ້ແກ່ການນຳທາງຂັ້ນແຂວງອີກດ້ວຍ.

ກິດຈະກຳຂອງກຸ່ມຕໍ່າຫູກ ແລະ ຕັດຫຍິບບ້ານຫ້ວຍຫອຍ ເປັນໜຶ່ງໃນກິດຈະກຳສໍາຄັນທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງພວກເຮົາໄດ້ໃຫ້ການສະໜັບສະໜູນທັງໃນເລື່ອງງົບປະມານ, ຄວາມຮູ້ໃນການພັດທະນາຝີມືຕ່າງໆ ແລະ ຊ່ອງທາງການຕະຫຼາດ. ໃນປະຈຸບັນ, ກຸ່ມໄດ້ມີຜະລິດຕະພັນຫຼາຍຢ່າງ ຄື:ຜ້າບ່ຽງ, ຖົງຜ້າ, ສິ້ນເໝີ້ຍປະຍຸກ, ສິ້ນໝີ່, ຕີນສິ້ນ ແລະ ຜ້າປູໂຕະ. ໃນນີ້ພິເສດ ສຳລັບຜະລິດຕະພັນສິ້ນເໝີ້ຍປະຍຸກຂອງບ້ານຫ້ວຍຫອຍ ແມ່ນໄດ້ຖືກຮັບຮອງກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງວຽງທອງອີກດ້ວຍ.

ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ວຽກງານຂອງກຸ່ມ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ນຳເອົາຜະລິດຕະພັນຈາກບ້ານຫ້ວຍຫອຍ ເປັນຕົ້ນແມ່ນ ຖົງຜ້າ ແລະ ຜ້າບ່ຽງ ໄປມອບໃຫ້ແກ່ຄູ່ຮ່ວມງານພາກລັດຂອງພວກເຮົາເນື່ອງໃນໂອກາດພິເສດຕ່າງໆ. ນອກຈາກນີ້, ທາງທີມງານທີ່ກ່ຽວຂ້ອງຫຼາຍໆຝ່າຍ ກໍ່ໄດ້ເຮັດວຽກຮ່ວມກັນ ເພື່ອໃຫ້ກຸ່ມມີຕະຫຼາດທີ່ຍືນຍົງ, ມີລາຍຮັບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ດີຂຶ້ນ ແລະ ຊ່ວຍຮັກສາຮັກສາ​ເອກະລັກ​ຫັດຖະກຳ​ພື້ນ​ເມືອງ​ຂອງ​ລາວ. ການຮ່ວມມືຢ່າງຕໍ່ເນື່ອງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງນໍ້າເທີນ 1 ໃນການພັດທະນາຊຸມຊົນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊ່າງຫັດຖະກຳທ້ອງຖິ່ນ, ເສີມສ້າງເສດຖະກິດ ແລະ ມໍລະດົກວັດທະນະທຳອັນອຸດົມສົມບູນຂອງລາວ.