ໃນວັນທີ 4 ກຸມພາ 2024, ຕາງໜ້າຈາກ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາດ້ານການພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ເຂົ້າຮ່ວມກອງປະຊຸມ ລາຍງານຜົນການຈັດຕັ້ງປະຕິບັດວຽກງານລາດຕະເວນ ປະຈຳ 6 ເດືອນທ້າຍປີ 2024 ໃນເຂດອ່າງຮັບນໍ້າເຂື່ອນໄຟຟ້າ ນໍ້າເທີນ 1 ທີ່ເມືອງປາກກະດິງ ແຂວງບໍລິຄຳໄຊ. ໃນກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ພົມມະວົງ, ຮອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ. ນອກນີ້, ຍັງມີຜູ້ຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງລວມມີ ຫົວໜ້າກອງຄຸ້ມຄອງປ່າສະຫງວນ, ຜູ້ຕາງໜ້າຈາກກອງເລຂາຄຸ້ມຄອງອ່າງຮັບນໍ້າ ນໍ້າເທີນ, ກອງກວດກາປ່າໄມ້ແຂວງ, ຫົວໜ້າກຸ່ມວຽກກວດກາລາດຕະເວນ ແລະ ບັງຄັບໃຊ້ກົດໝາຍ, ກອງບັນຊາການທະຫານແຂວງ, ຕາງໜ້າ ໂຄງການ WCS ແລະ WCA, ທີມຈັດຕັ້ງປະຕິບັດວຽກງານລາດຕະເວນ, ຮອງເຈົ້າເມືອງປາກກະດິງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ໜ່ວຍງານປ່າສະຫງວນ.
ການມີສ່ວນຮ່ວມຂອງ NT1PC ແມ່ນຢູ່ບົນພື້ນຖານ ພັນທະຜູກພັນ ຕາມສັນຍາສຳປະທານກັບລັດຖະບານລາວ, ເຊິ່ງເນັ້ນໜັກເຖິງຄວາມສຳຄັນຂອງການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນພາຍໃນອ່າງຮັບນ້ຳ-ນໍ້າເທີນ 1. ບໍລິສັດໃຫ້ການສະໜັບສະໜູນທາງດ້ານການເງິນແກ່ກະຊວງກະສິກຳ ແລະ ປ່າໄມ້ ໃນການລາດຕະເວນຄຸ້ມຄອງປ່າໄມ້ ແລະ ຊີວະນາໆພັນພາຍໃນປ່າສະຫງວນແຫ່ງຊາດນໍ້າກາດິງ. ການລາດຕະເວນເຫຼົ່ານີ້ແມ່ນມີຄວາມສຳຄັນໃນການສະກັດກັ້ນການລັກລອບຕັດໄມ້, ການບຸກລຸກ, ການທຳລາຍຊັບພະຍາກອນປ່າໄມ້, ສັດນ້ຳ, ສັດປ່າ ແລະ ກິດຈະກຳທີ່ຕ້ອງຫ້າມອື່ນໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການຮັກສາເແຫຼ່ງທີ່ອາໄສຂອງສັດນໍ້າ ແລະ ສັດປ່າໃນຂົງເຂດດັ່ງກ່າວ.
ໃນກອງປະຊຸມໃນຄັ້ງນີ້ ແມ່ນເນັ້ນໃສ່ການສະຫຼຸບລາຍງານຈາກທີມກວດກາລາດຕະເວນ ຈຳນວນ 3 ກຸ່ມໃນເຂດຮັບຜິດຊອບ 3 ເຂດຄື: ເຂດນ້ຳມົດ, ປາກຊາດ ແລະ ປາກຊວງ. ຫົວໜ້າກຸ່ມລາດຕະເວນຂອງແຕ່ລະເຂດໄດ້ສະເໜີຜົນການຈັດຕັ້ງປະຕິບັດຂອງຕົນ ເຊິ່ງກວມເອົາ ທັງຜົນສຳເລັດ ແລະ ສິ່ງທ້າທາຍທີ່ໄດ້ປະສົບໃນໄລຍະ 6 ເດືອນຜ່ານມາ. ສຳລັບບັນຫາຫຍຸ້ງຍາກທີ່ໜ່ວຍລາດຕະເວນພົບພໍ້ສ່ວນຫຼາຍໄດ້ແກ່ ການລັກລອບຖາງປ່າເຮັດໄຮ່ຂອງຊາວບ້ານໃນພື້ນທີ່ປ່າສະຫງວນ, ການລ່າສັດແບບດັບສຸນເຊັ່ນ ການໃຊ້ກັບດັກ, ເຄື່ອງຊ໋ອດປາ ແລະ ອາວຸດປືນ, ການລັກລອບຕັດໄມ້ທີ່ມີຄ່າທາງເສດຖະກິດ ແລະ ການລ້ຽງສັດໃນພື້ນທີ່ຫວງຫ້າມ. ນອກຈາກນີ້ແລ້ວ, ສິ່ງທ້າທາຍຈາກພາຍໃນກໍ່ເປັນອີກປະເດັນໜຶ່ງທີ່ສຳຄັນ ບໍ່ວ່າຈະເປັນການຈັດສັນຊັບພະຍາກອນທີ່ບໍ່ສອດຄ່ອງ, ຄວາມສະໝໍ່າສະເໝີໃນການດຳເນີນງານ ແລະ ການແກ້ໄຂຂໍ້ກັງວົນກ່ຽວກັບບາງກິດຈະກຳທີ່ເກີດຂຶ້ນ ເຊິ່ງເຮັດໃຫ້ທີມງານລາດຕະເວນພົບຄວາມຫຍຸ້ງຍາກພໍສົມຄວນໃນການປະຕິບັດວຽກງານຕົວຈິງ.
ເພື່ອປັບປຸງປະສິດທິພາບໃນການກວດກາລາດຕະເວນໃຫ້ດີຍິ່ງຂື້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ໃຫ້ຄຳຄິດຄຳເຫັນໃນຫຼາຍປະການ ເປັນຕົ້ນແມ່ນ ການໃຫ້ການຝຶກອົບຮົມສ້າງຄວາມອາດສາມາດໃຫ້ແກ່ທີມງານລາດຕະເວນ ເຊັ່ນ ການເກັບກຳຂໍ້ມູນ, ກຳນົດການກວດກາໄມ້ທີ່ຍຶດໄດ້ຢ່າງເຂັ້ມງວດ, ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງປະຕິບັດຕາມຂັ້ນຕອນ ແລະ ລະບຽບການປະສານງານຢ່າງເຂັ້ມງວດກ່ອນເຂົ້າເຂດປ່າສະຫງວນ, ເຜີຍແຜ່ລະບຽບ-ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງປ່າສະຫງວນໃຫ້ປະຊາຊົນ ແລະ ພະນັກງານຂອງຕົນຮັບຊາບ ແລະ ປະຕິບັດຕາມ ແລະ ທີ່ສຳຄັນ, ຜູ້ເຂົ້າຮ່ວມໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຈັດສັນຊັບພະຍາກອນໃຫ້ແທດເໝາະ ເພື່ອຮັບປະກັນການດຳເນີນງານຂອງໜ່ວຍລາດຕະເວນຢ່າງເປັນປົກກະຕິ.
ພາຍຫຼັງການປະຊຸມດັ່ງກ່າວນີ້, ໜ່ວຍງານທີ່ກ່ຽວຂ້ອງຈະໄດ້ພິຈາລະນາເອົາຄຳຄິດເຫັນຈາກທີ່ປະຊຸມ ເພື່ອໄປປັບປຸງການປະຕິບັດວຽກງານການລາດຕະເວນໃຫ້ມີປະສິດທິພາບຍິ່ງໆຂຶ້ນ. ການລາຍງານດັ່ງກ່າວນີ້ໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ບັນດາຄູ່ຮ່ວມງານໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າສະຫງວນແຫ່ງຊາດນ້ຳກະດິງໃຫ້ມີຄວາມຍືນຍົງ.