ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງທາງປູຢາງສອງຊັ້ນ ທີ່ບ້ານໂພນຈະເລີນ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງທາງປູຢາງສອງຊັ້ນ ທີ່ບ້ານໂພນຈະເລີນ Previous item ກະຊວງພະລັງງານ ແລະ ບໍ່ແຮ່... Next item ກົມທຸລະກິດພະລັງງານ...

ໃນຕອນບ່າຍຂອງວັນທີ 26 ກຸມພາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົົວພັນລັດຖະບານ, ທ່ານ ສົມພອນ ພັນທະວົົງ ຮອງຜູ້ອຳນວຍການໃຫຍ່ຝ່າຍຜະລິດ ແລະ ປົວແປງເຂື່ອນ ພ້ອມທີີມງານສັງຄົົມ ແລະ ສິ່ງແວດລ້ອມ ນ້ຳເທີນ1 ໄດ້ເຂົ້າຮ່ວມ ກວດກາຄວາມຄືບໜ້າພາກສະໜາມ ຂອງໂຄງການກໍ່ສ້າງທາງປູຢາງສອງຊັ້ນທີ່ບ້ານໂພນຈະເລີນ ເມືອງປາກກະດິງ, ແຂວງບໍລິຄຳໄຊ ຮ່ວມກັບກອງເລຂາຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນນ້ຳເທີນ 1 (NT1 CDF) ໂດຍມີີ ທ່ານ ຄຳສິງ ສາຍພູວົົງ ຮອງຫົົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ທັງເປັນຫົວໜ້າກອງເລຂາຄະນະຄຸ້ມຄອງກອງທຶນພັດທະນາຊຸມຊົນ ນ້ຳເທີນ 1 ພ້ອມດ້ວຍຄະນະກຳມະການຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ ຈຳນວນ 16 ທ່ານ, ຍິງ 3 ທ່ານ. ພາຍຫຼັງລົງຕິດຕາມ-ກວດກາຄວາມຄືບໜ້າວຽກພາກສະໜາມແລ້ວ ຄະນະກຳມະການກວດກາໄດ້ມາປະຊຸມປຶກສາຫາລືກັນຕື່ມຢູ່ຫ້ອງການໂຍທາທິການແລະຂົນສົ່ງ ເມືອງປາກກະດິງ ເພື່ອຊອກຫາວິທີແກ້ໄຂ ແລະ ປັບປຸງວຽກສະໜາມບາງດ້ານ.

ໂຄງການກໍ່ສ້າງທາງປູຢາງສອງຊັ້ນ (6 ເສັ້ນ) ບ້ານໂພນຈະເລີນ ຄຸ້ມໂພນສີ ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກອງທຶນພັດທະນາຊຸມຊົນ  (CDF) ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ໂຄງການດັ່ງກ່າວມີມູນຄ່າຢູ່ທີ່ 11,365,528,327 ກີບ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ພູທອນພັດທະນາຄົບວົງຈອນ ຈຳກັດ ເຊິ່ງເລີ່ມວຽກສະໜາມໃນກາງເດືອນທັນວາ 2024 ແລະ ຈະໃຊ້ເວລາ 18 ເດືອນໃນການກໍ່ສ້າງໃຫ້ສຳເລັດ. ຕາມການລາຍຄວາມຄືບໜ້າການຈັດຕັ້ງປະຕິບັດວຽກພາກສະໜາມຕົວຈິງໂດຍ ທ່ານ ອ່ອນແກ້ວ  ວິຊາການຕິດຕາມວຽກສະໜາມ ຈາກຫ້ອງການໂຍທາທິການແລະຂົນສົ່ງ ເມືອງປາກກະດິງ ໃຫ້ຮູ້ວ່າ ວຽກພາກສະໜາມມີຄວາມຄືບໜ້າແລ້ວ  32.25% ໂດຍໜ້າວຽກທີ່ໄດ້ເຮັດສຳເລັດໄປແລ້ວ ລວມມີ ວຽກອະນາໄມປັບປຸງໜ້າທາງ ແລະ ຮ່ອງນໍ້າ, ວຽກກໍ່ສ້າງທໍ່ລະບາຍນໍ້າຂ້າມທາງ ແລະ ວຽກກໍ່ສ້າງຊັ້ນຮອງພື້ນທາງ.

ໃນການປະຊຸມ ຍັງໄດ້ປຶກສາຫາລືບາງປະເດັນທີ່ເກີດຂຶ້ນໃນລະຫວ່າງການກໍ່ສ້າງ ແລະ ຊອກຫາແນວທາງໃນການແກ້ໄຂ ໂດຍສະເພາະບັນຫາທີ່ກະທົບຕໍ່ທໍ່ສົ່ງນໍ້າປະປາຂອງບ້ານ ທີ່ຈະໄດ້ຍ້າຍທໍ່ນໍ້າ ແລະ ມີຄ່າໃຊ້ຈ່າຍເພີ່ມຕື່ມນອກແຜນ ແລະ ປະເດັນອື່ນໆທີ່ກ່ຽວຂ້ອງ ເຊັ່ນ ແນະນຳໃຫ້ວິຊາການໂຍທາເມືອງ ເຮັດແຜນຕິດຕາມຄວາມຄືບໜ້າວຽກ ໂດຍທຽບກັບການເບີກຈ່າຍງົບປະມານ ລວມທັງແນະນຳໃຫ້ຜູ້ຮັບເໝົາເອົາໃຈໃສຕື່ມດ້ານສິ່ງແວດລ້ອມແລະສັງຄົມ ເພື່ອຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມແລະສັງຄົມຈາກການກໍ່ສ້າງທີ່ມີຕໍ່ຊຸມຊົນໃກ້ຄຽງຈຸດກໍ່ສ້າງ.

ການກວດກາເທື່ອນີ້ ເປັນໄປຕາມສັນຍາການຮັບເໝົາ ລະຫວ່າງ ພະແນກພະລັງງານແລະບໍ່ແຮ່ແຂວງບໍລິຄຳໄຊ ແລະ ບໍລິສັດ ພູທອນພັດທະນາຄົບວົງຈອນ ຈຳກັດ ແລະ ເປັນການກວດກາຄວາມຄືບໜ້າວຽກ 30% ແລະ ຈະກວດກາເປັນເທື່ອທີສອງ ພາຍຫຼັງສຳເລັດວຽກກໍ່ສ້າງຮ້ອຍສ່ວນຮ້ອຍ.